5 ຂັ້ນຕອນເຮັດ Digital Detox ບໍາບັດໂລກຕິດເທັກໂນໂລຢີ

Posted on January 29, 2014. Filed under: ຄວາມຮູ້ເລື່ອງສຸຂະພາບ, ສາລະໜ້າຮູ້ |


ຈາກສະຖິຕິ ເບິ່ງຄືວ່າຄົນອາເມລິກາຈະຕິດໂທລະສັບມືຖືຫຼາຍ ເຖິງຂັ້ນບັນຍັດຄຳສັບໃໝ່ທີ່ເອີ້ນວ່າ “Digital Detox” ເຊິ່ງໝາຍເຖິງ “ຊ່ວງເວລາທີ່ງົດເວັ້ນຈາກອຸປະກອນອີເລັກໂທນິກທັງຫຼາຍ ເຊັ່ນ: Smartphone, Tablet, PC ໆລໆ”, ຖ້າຫາກວ່າໃຜທີ່ຮູ້ຕົວວ່າຊ່ວງນີ້ກໍາລັງເໝື່ອຍໆ ບໍ່ຄ່ອຍມີສະມາທິ, ຈິດໃຈບໍ່ຢູ່ກັບເນື້ອກັບຕົວ ເພາະນັ່ງກວດເບິ່ງໂທລະສັບມືຖືໝົດມື ແລ້ວລອງເຮັດຕາມ 5 ຂັ້ນຕອນງ່າຍໆຕໍ່ໄປນີ້ເບິ່ງ.

 f99

1.ບອກໃຫ້ໝູ່ເພື່ອນໄວ້ກ່ອນວ່າທ່ານຈະເຮັດ Digital Detox

ຖ້າຫາກວ່າມື້ໃດມື້ໜື່ງ ທ່ານຈະປິດມືຖືຫຼືງົດຫຼີ້ນ Internet ກໍ່ຄວນທີ່ຈະແຈ້ງໃຫ້ໝູ່ເພື່ອນໄດ້ຮູ້ໄວ້ລວງໜ້າ ເພາະເຂົາເຈົ້າອາດຈະຕົກໃຈໄດ້ແບບຢູ່ໆກໍ່ຕິດຕໍ່ທ່ານບໍ່ໄດ້ເລີຍ ໂດຍສະເພາະ ສຳລັບບຸກຄົນທີ່ມີທຸລະກິດສ່ວນຕົວ ທ່ານອາດຈະໃຂ້ຊ່ອງທາງສຳລັບການຕິດຕໍ່ໃນກໍລະນີ້ສຸກເສີນກັບໝູ່ເພື່ອນໄວ້ ເຊັ່ນ: ໂທລະສັບບ້ານ ການບອກຄົນອ້ອມຂ້າງໄວກ່ອນລວງໜ້າ ຈະເຮັດໃຫ້ທ່ານບໍ່ຕ້ອງມານັ່ງກະວົນກະວາຍວ່າໃຜຈະມີເລື້ອງສຳຄັນຫຍັງຕ້ອງຕິດຕໍ່ທ່ານ ຫຼື ບໍ່ໃນຊ່ວງນີ້ທີ່ທ່ານງົດການເສບເທັກໂນໂລຢີ, ນອກຈາກນີ້ ຍັງເປັນການຈັດຂໍ້ອ້າງ ທີ່ທ່ານຈະລັກເຂົ້າໄປກວດ Social Networks ຫຼື ອີເມລເພາະຫ່ວງວຽກໄດ້ອີກ

 f100

2.ລົງທຶນຊື່ໂມງປຸກ

ຈາກຜົນສຳຫຼວດ ການໃຊ້ໂທລະສັບມືຖືຂອງຄົນອາເມລິກາພົບວ່າ 68%  ຂອງຄົນອາເມລິກາວາງໂທລະສັບມືຖື ໄວ້ຂ້າງໂຕໃນເວລານອນ ເຫດຜົນກໍ່ຄື ພວກເຂົາເຈົ້າໃຊ້ໂທລະສັບມືຖືແທນໂມງປຸກ, ເຖິງງແນວໃດກໍ່ຕາມ ການວາງໂທລະສັບມືຖືໄວ້ໃກ້ໆຫົວຕຽງຈະເປັນການກະຕຸ້ນໃຫ້ຢາກຈັບໂທລະສັບມືຖືມາກວດເບິ່ງຂ່າວສານຕັ້ງແຕ່ຍັງບໍ່ໄດ້ໂງຫົວຈາກໝອນ ເຊິ່ງເປັນເລື້ອງບໍ່ດີຕໍ່ສຸຂະພາບຂອງທ່ານເລີຍ ຕອນເຊົ້າຄວນຈະເລີ່ມຕົ້ນດ້ວຍຄວາມສົດຊື່ນຫຼາຍກວ່າ ພ້ອມກັບກີນເຂົ້າເຊົ້າທີ່ມີປະໂຫຍດ ຫຼາຍກວ່າຈະເສຍເວລາໄປກັບການຕິດຕາມຂ່າງສານຈາກໂທລະສັບມືຖືຈົນບໍ່ມີເວລາເຮັດຢ່າງອື່ນ (ແລະໄປເຮັດວຽກສວາຍ!)

 f101

3.ງົດຫຼີ້ນອຸປະກອນອີເລັກໂທນິກທຸກຊະນິດ ໃນຕອນກີນເຂົ້າ

ຊ່ວງເວລາກີນເຂົ້າ ຄວນຈະເປັນຊ່ວງເວລາທີ່ປອດຈາກອຸປະກອນອີເລັກໂທນິກທຸກຢ່າງ ໂດຍສະເພາະສຳລັບພະນັກງານບໍລິສັດແບບເຮົາ, ເວລາພັກຕອນສວາຍເປັນເວລາທີ່ດີໃນການພັກຜ່ອນຄາຍຄຽດຈາກການເຮັດວຽກຢ່າງເຄັງຄັດມາຕະຫຼອດ ໃນຕອນເຊົ້າ ການປ່ອຍໃຫ້ສະໝອງໄດ້ພັກຜ່ອນ ແລະ ກີນອາຫານທີ່ມີລົດຊາດດີທີ່ມຢູ່ຕໍ່ໜ້າ ຈະຊ່ວຍໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ດີຂື້ນ ສົ່ງຜົນດີຕໍ່ສຸຂະພາບໂດຍລວມທັງໝົດ.

4.ປິດ Push notifications ຖີ້ມຊະ

ການເປີດ Push Notifications ທັງຫຼາຍຈະຍິ່ງກະຕຸ້ນໃຫ້ເຮົາຕ້ອງຈັບໂທລະສັບມືຖືຂື້ນມາເບິ່ງຕະຫຼອດຫຼາຍຂື້ນ ເຊິ່ງຈະຂັດຈັງຫວະໃນການເຮັດວຽກໝົດມື້ ແທນທີ່ຈະເປີດ Push Notifications ໄວ້ຕະຫຼອດ ທ່ານຄວນປິດຖີ້ມໃຫ້ໝົດ ແລະ ເລືອກເວລາທີ່ຈະເຂົ້າມາກວດເບິ່ງຂໍ້ຄວາມຕ່າງໆເລົ່ານັ້ນພາຍຫຼັງຫຼາຍກວ່າ ເພື່ອທີ່ຈະຈັດການກັບວຽກອຕ່ລະຢ່າງໄດ້ແບບມີປະສິດທິພາບ.

 f102

5.ຫາຊ່ວງເວລາສະຫງົບໃນແຕ່ລະມື້

ກຳໜົດຊ່ວງເວລາສະຫງົລ ເຊິ່ງທ່ານຈະງົດເວັ້ນຈາກການໃຊ້ອຸປະກອນອີເລັກໂທນິກທຸກສະນິດ ອາດຈະໃຊ້ເວລາບໍ່ເທົ່າໃດຊຢ່ວໂມງຕໍ່ມື້ ຫຼື ຖ້າຈະໃຫ້ດີກວ່ານັ້ນ ທ່ານອາດຈະກຳນົດໄປເລີຍວ່າໃນ 1ອາທິດ ຢ່າງນ້ອຍ 1 ມື້ທີ່ທ່ານຈະບໍ່ຫຍຸ້ງກ່ຽວກັບອຸປະກອນໄຮເທັກທັງຫຼາຍ.

ຫວັງວ່າ ຂັ້ນຕອນງ່າຍໆເລົານີ້ ຈະເປັນແນວທາງໃຫ້ທ່ານຫຼຸດອາການຕິດເທັກໂນໂລຢີໄດ້, ແນ່ນອນວ່າເຮົາຢູ່ໃນຍຸກສະໄໝທີ່ບໍ່ສາມາດປະຕິເສດເທັກໂນໂລຢີໄດ້ ແຕ່ທຸກຢ່າງມີຂໍ້ດີກໍ່ຕ້ອງມີຂໍ້ເສຍ ການເສບຕິດເທັກໂນໂລຢີ ຫຼາຍເກີນໄປຕ້ອງສົ່ງຜົນຮ້າຍຕໍ່ສຸຂະພາບເຮົາ ປີໃໝ່ນີ້ເລີ່ມຢ່າງທາງເສັ້ນກາງ ໃຊ້ເທັກໂນໂລຢີຢ່າງເໝາະສົມດີກວ່າ

ຂໍ້ມູນຈາກ: ENTREPRENEUR, arip

Make a Comment

Leave a comment

Liked it here?
Why not try sites on the blogroll...