Apple ຫຼຸດການສະໜັບສະໜູນ Windows 7 ສຳລັບ New Mac Pro

Posted on March 24, 2014. Filed under: ຄວາມຮູ້ເລື່ອງ IT |


ສຳລັບຜູ້ທີ່ໃຊ້ Mac ຫຼາຍທ່ານໜ້າຈະຄຸ້ນເຄີຍດີກັບການຕິດຕັ້ງ Windows ຜ່ານທາງ ໂປຣແກຣມ Boot Camp ທີ່ມີຢູ່ໃນ OS X ແຕ່ຫຼ້າສຸດ Apple ກຽມຫັນມາສະໜັບສະໜູນການຕິດຕັ້ງ Windows ໃນເວີຣ໌ຊັ່ນທີ່ໃໝ່ກວ່າເທິງ Mac Pro

f499

ການຕິດຕັ້ງ Windows ຜ່ານໂປຣແກຣມ Boot Camp ທີ່ມີຢູ່ໃນ OS X ນັບເປັນທາງເລືອກສຳລັບຜູ້ໃຊ້ Mac ທີ່ຕ້ອງການໃຊ້ງານສະເພາະທາງ ທີ່ສາມາດຕອບສະໜອງໄດ້ຢ່າງເຕັມທີ່ ແລະ ເໝາະສົມ ແຕ່ອັພເດດຫຼ້າສຸດ Apple ກຽມຫັນມາສະໜັບສະໜູນການຕິດຕັ້ງ Windows 8 ຂື້ນໄປ ແລະ ສຳລັບຜູ້ທີ່ໃຊ້ Mac Pro ຫຼຸ້ນກ່ອນປີ 2013 ຈະບໍ່ສາມາດຕິດຕັ້ງ Windows 7 ຫຼື ແມ້ແຕ່ Windows XP ຫຼື Vista ຜ່ານ Boot Camp ໄດ້ອີກຕໍ່ໄປ ແນ່ນອນວ່າອັພເດດຂອງ Apple ຄັ້ງນີ້ໜ້າຈະສົ່ງຜົນກະທົບຕໍ່ຜູ້ໃຊ້ Mac Pro ໃນລະດັບມືອາຊີບບໍ່ໜ້ອຍເລີຍ ເພາະການໂອນຍ້າຍສະພາບການໃຊ້ງານຈາກ Windows 7 ໄປສູ່ Windows 8 ຄ່ອນຂ້າງມີຄວາມແຕກຕ່າງກັນພໍສົມຄວນ ແລະ ນອກຈາກ Mac Pro ແລ້ວ ໃນອະນາຄົດ Apple ອາດຈະນຳນະໂຍບາຍນີ້ໄປໃຊ້ກັບ MacBook ເຊັ່ນກັນ.

ຂໍ້ມູນຈາກ: macwindows, arip

Make a Comment

Leave a comment

Liked it here?
Why not try sites on the blogroll...