ມາແລ້ວ !!! ເດໂມທີ່ເຜີຍໜ້າຕາຂອງລະບົບປະຕິບັດການ Tizen ທີ່ໃຊ້ງານເທິງ Samsung Z
ຫຼັງຈາກທີ່Samsung ໄດ້ເປີດໂຕ “Samsung Z” ໂທລະສັບ smartphone ທີ່ເຮັດວຽກເທິງລະບົບປະຕິບັດການ “Tizen” ຫຼ້າສຸດມີວິດີໂອຂອງUser Interface (UI) ຂອງລະບົບປະຕິບັດການ Tizen ມາໃຫ້ເບີ່ງ
Samsung ໄດ້ເປີດໂຕ smartphone ຄືກັບ Samsung Z ທີ່ໃຊ້ລະບົບປະຕິບັດການ Tizenເປັນທີ່ຮຽບຮ້ອຍແລ້ວ ແລະ ຈະວາງຂາຍຢູ່ທີ່ປະເທດລັດເຊຍເປັນປະເທດທຳອິດ ປະມານຊ່ວງໄຕມາດທີ່3 ຂອງປີນີ້
ເຖິງວ່າ Samsung Z ຈະຖືກຖ່າຍທຳໄວ້ເປັນໂຄສະນາ (Commercial Ads) ແລ້ວ ແຕ່ກໍ່ຍັງບໍ່ຖືກເຜີຍແຜ່ອອກສູ່ສາທາລະນະ ແຕ່ກໍ່ຍັງມີຜູ້ຂຽນຈາກ TheHandheldBlog ທີ່ໄດ້ຖ່າຍວີດີໂອມາໃຫ້ເບີ່ງວ່າ User Interface (UI) ຂອງລະບົບປະຕິບັດການ Tizen ໜ້າຕາເປັນແບບໃດ (ໂຕເຄື່ອງທີ່ນຳມາຖ່າຍ demo ເປັນພຽງແຕ່ໂຕທົດລອງເທົ່ານັ້ນ ແຕ່ມັນເປັນຊອຟແວຣ໌ດຽວກັບທີ່ໃຊ້ໃນSamsung Z )
ເຮົາຈະເຫັນໄດ້ຊັດເຈນວ່າSamsung ເລືອກໃຊ້ງານ TouchWiz UX ຄືກັນກັບ Android Phone ບໍ່ພຽງແຕ່ເທົ່ານັ້ນ ແຕ່ໜ້າ Homescreen , dock ແລະ ແຖບ Notification ກໍ່ຄ້າຍກັບຂອງAndroid ຖ້າຫາກມາເບີ່ງເລື່ອງຄວາມໄວໃນການຕອບສະໜອງນັ້ນ ຖືວ່າTizen ເຮັດວຽກໄດ້ໄຫຼລື່ນໃຊ້ໄດ້ ໂດຍລວມແລ້ວຖືວ່າເປັນຂອງໃໝ່ທີ່ໜ້າສົນໃຈ
ຂໍ້ມູນຈາກ : sammobile, beartai
ຮູບພາບຈາກ: i.cbc.ca
Leave a Reply