ບັນຊີ ແລະ ລະຫັດຜູ້ໃຊ້ Dropbox ຫຼຸດໃນອິນເຕີເນັດ ບໍລິສັດເປີດເຜີຍບໍ່ໄດ້ຖືກແຮັກ ໜ້າຈະມາຈາກບໍລິການພາຍນອກ
ຂ່າວນີ້ໃຜທີ່ໃຊ້ Dropbox ຕ້ອງຟ້າວອ່ານດ່ວນ ຕອນນີ້ມີລາຍຊື່ ແລະ ລະຫັດຜູ້ໃຊ້ບໍລິການ Dropbox ຫຼາຍຮ້ອຍບັນຊີຫຼຸດອອກມາສູ່ສາທາລະນະໂດຍມີຜູ້ອ້າງວ່າ ໄດ້ເຈາະລະບົບຂອງ Dropbox ແລະ ລັກຂໍ້ມູນໄດ້ປະມານ 7,00,000 ບັນຊີ
ໂດຍລະຫັດດັ່ງກ່າວ ໄດ້ເຜີຍແຜ່ເທິງເວັບ Pastebin ເພື່ອເປັນຕົວຢ່າງ ແລະ ເຊີນຊວນບໍລິຈາກເງີນ Bitcoin ເພື່ອໃຫ້ຜູ້ເຜີຍແຜ່ອອກມາສະແດງເພີ່ມອີກ
ລະຫັດດັ່ງກ່າວ ມີຜູ້ໃຊ້ຫຼາຍຄົນໄດ້ແຈ້ງວ່າ ສາມາດໃຊ້ລັອກອິນໄດ້ແທ້ ໂດຍເບື້ອງຕົ້ນ Dropbox ໄດ້ອອກມາແຈ້ງວ່າ ຂໍ້ມູນທີ່ຫຼຸດອອກໄປບໍ່ໄດ້ຫຼຸດມາຈາກ Dropbox ຫຼື ຖືກເຈາະລະບົບແທ້ ໂດຍໜ້າຈະຫຼຸດມາຈາກລະບົບຂອງໂປຣແກຣມພາຍນອກ ທີ່ຮອງຮັບການເຊື່ອມຕໍ່ກັບ Dropbox
ເຊິ່ງທາງ Dropbox ໄດ້ສົ່ງ E-mail ແຈ້ງເຕື່ອນໃຫ້ປ່ຽນລະຫັດຜ່ານແກ່ຜູ້ໃຊ້ແລ້ວ ແລະ ແນະນຳໃຫ້ເປີດໃຊ້ລະບົບຢືນຢັນຕົວຕົນສອງຊັ້ນ ເພື່ອປ້ອງກັນອີກທາງໜື່ງ ໃຜທີ່ຢາກອຸ່ນໃຈຂື້ນ ກໍ່ສາມາດປ່ຽນ Password ເພື່ອຄວາມໝັ່ນໃຈກ່ອນກໍ່ໄດ້
ຂໍ້ມູນຈາກ: ThaiCERT , The Next Web, arip
Leave a Reply