ການຕັດຕໍ່ວີດີໂອນັ້ນຫຼາຍທ່ານຈະເລືອກໃຊ້ຕັດຕໍ່ວິດີໂອໃນຄອມພິວເຕີເຊີ່ງສາມາດຈັດການວີດີໂອໄດ້ດີຢູ່ແລ້ວ ຫຼາຍທ່ານຈະເລືອກໃຊ້ iPhone ຫຼື iOSກໍ່ງາຍໜ້ອຍ ເພາະມີແອບ iMovies ທີ່ຊ່ວຍໃນການຕັດຕໍ່ວິດີໂອດີຢູ່ແລ້ວ ສ່ວນຟາກ Android ເຖີງມີແອບຕັດຕໍ່ວີດີໂອຫຼາຍແອບແຕ່ທີ່ຜ່ານມາຄວາມສາມາດອາດບໍ່ທຽບເທົ່າທາງຝັ່ງ Apple ຢ່າງ iMoviesຫຼາຍ ແຕ່ລ້າສຸດເຮົາໄດ້ພົບແອັບຕັດຕໍ່ວິດີໂອເຊີ່ງສາມາດດາວໂຫຼດໄດ້ຟີໃນມືຖື Android ด้วย
ແອບຕັດຕໍ່ວີດີໂອໃນມືຖື ແລະ ແທັບເລັດ Android ນີ້ມີຊື່ວ່າ KineMaster ເປັນແອບຕັດຕໍ່ວີດີໂອແບບເຕັມຮູບແບບຕັ້ງແຕ່ການໃສ່ວີດີໂອ ການໃສເພງປະກອບສຽງ effect ການໃສ່ພາບພອຍ ການປ່ຽນພາບ ການໃສ່ຕົວອັກສອນ ຫຼືເຖິງວ່າກະທັ້ງການຫໝູນວິດີໂອແນວຕັ້ງແນວນອນແອບນີ້ສາມາດເຮັດໄດ້ໝົດ ແລະ ຮອງຮັບການອັດສຽງ ສຳລັບການລົງສຽງບັນຍາຍວິດີໂອໃນມືຖືໄດ້ອີກ
ແອບ Kinemaster ນີ່ສາມາດໃຊ້ກັບມືຖື Android 4.1ຂື້ນໄປຢ່າງຕໍ່າເຊັ່ນ Samsung galaxy S3 , Samsung Galaxy Grand ແລະ ມືຖືລຸ້ນອື່ນທີ່ເປັນສະເປດປານກາງ ຈົນເຖີງສະເປດສູງ ສຳລັບກໍລະນີ Samsung Galaxy Note3ແອບນີ້ແນະນຳໃຫ້ຜູ້ໃຊ້ Note 3 ອັບເດດເປັນເຟີມແວ່ລ້າສຸດແລະສາມາດຕັດຕໍ່ໄດ້ຟີ ແຕ່ຈະຕິດລາຍນໍ້າອອກ ຕ້ອງເສຍເງິນສະໝັກໃຊ້ບໍລິການ ສາມາດດາວໂຫຼດໃຊ້ງານຟີທາງ Google Play
Leave a Reply