Google ເປີດ hangouts ສອບຖາມສິນຄ້າລົມກັບພະນັກງານຊ່ຽວຊານອຸປະກອນຈາກ google

Posted on February 8, 2015. Filed under: ຄວາມຮູ້ເລື່ອງ IT, ທຸ​ລະ​ກິດ, ສະມາດ ໂຟນ | Tags: , , , , , , , , |


google-testing-use-hangouts-live-chat-customers-3

ຕາມປົກກະຕິສຳຫຼັບຄົນທີ່ຊື້ເຄື່ອງທາງເວບຮ້ານສິນຄ້າອອ່ນໄລ ໂດຍສະເພາະສິນຄ້າໄອທີນັ້ນ ລູກຄ້າກໍ່ຢາກຈະສອບຖາມຂໍ້ມູນເພີ່ມເຕີມກ່ຽວກັບສິນຄ້າວ່າມີຄຸນສົມບັດແນວໃດແດ່ ກໍ່ຕ້ອງໂທໄປຖາມ ຫຼ ຜ່ານລະບົບແຊດ ໃນເວບໄຊ ແຕ່ຫຼ້າສຸດGoogle ເລີ່ມໃຫ້ບໍລິການໃໝ່ຊື່ Google Device Experts ໂດຍເປີດໃຫ້ທ່ານຄິກ  hangouts  ຕິດຕໍ່ກັບເຈົ້າໜ້າທີ່ພະນັກງານທີ່ຊ່ຽວຊານທາງດ້ານອຸປະກອນພະລິດຕະພັນຈາກ google ແບບເຫັນໜ້າກັນ (Video call ) ໄດ້ແລ້ວ

google-testing-use-hangouts-live-chat-customers

ບໍລິການນີ້ສາມາດລົມກັນແບບເຫັນໜ້າທາງ Hangouts  ເພື່ອສອບຖາມເພີ່ມເຕີມເພື່ອສອບຖາມກ່ຽວກັບພະລິດຕະພັນກ່ອນຈະຕັດສິນໃຈຊື້ ຫຼື ຈະລົມໃນກໍລະນີອຸປະກອນທີ່ໃຫ້ບໍລິການໂດຍ google ນັ້ນມີປັນຫາເຊັ່ນກັນ ແຕ່ຕອນນີ້ໃຊ້ໄດ້ສະເພາະລູກຄ້າບາງຄົນ ເພາະຢູ່ໃນຊ່ວງສອບ ແລະ ໂຊນໃນປະເທດໄທຍັງພ້ອມໃຫ້ບໍລິການລັກສະນະນີ້ ໂດຍບໍລິການ Google Device Experts ຈະໃຫ້ບໍລິການໃນເວບ google play ທີ່ເປີດຂາຍອຸປະກອນ android ເຊັ່ນໂທລະສັບມືຖື, ແທັບເລດ, chromecast ໄດ້ ເຊີ່ງສ່ວນໃຫຍ່ຂາຍ ສະເພາະຕ່າງປະເທດເທົ່ານັ້ນ

ແນວໃດກໍ່ຕາມບໍລິການລັກສະນະນີ້ຍັງເກີດຂື້ນໃນໄທ ແຕ່ຫາກທ່ານເປັນເຈົ້າຂອງຮ້ານຄ້າອອ່ນໄລ.ທ່ານສາມາດນຳ hangouts , skype , line call ມາປະຍຸກໃຊ້ ໃນການເປີດໂອກາດໃຫ້ລູກຄ້າໄດ້ video call  ສອບຖາມປັນຫາການໃຊ້ງານ ຫຼື ສອບຖາມປັນຫາການໃຊ້ງານ ຫຼືໃຫ້ຂໍ້ມູນລູກຄ້າແບບເຫັນໜ້າ ແລະ ເຫັນພາບໄດ້

 

Make a Comment

Leave a comment

Liked it here?
Why not try sites on the blogroll...